ການຝຶກອົບຮົມ ອອກແບບ ແລະ ສ້າງຖານຂໍ້ມູນ Platfrom online ຄັ້ງນີໄດ້ເປີດຂຶ້ນໃນຕອນເຊົ້າ ວັນທີ 09/12/2024 ທີ່ ຫ້ອງປະຊຸມໂຮງແຮມຝຶກວິຊາຊີບ ຂອງ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງສາລະວັນ ພາຍໃຕ້ການໃຫ້ທຶນສະໜັບສະໜູນ ໂດຍໂຄງການ vtess ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມຄັ້ງນີ້ໂດຍ ທ່ານ ແອ ຍາແສງ ຮອງຜູ່ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງສາລະວັນ ການຝຶກອົບຮົມຄັ້ງນີ້ ທ່ານ ທອງດີ ເນົາວັນເພັງ ເປັນຄູຝຶກ ແລະ ນັກສຳມະນາກອນຈາກໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງສາລະວັນເຂົ້າຮ່ວມ ການຝຶກອົບຮົມໄດ້ດຳເນີນເປັນເວລາ 5 ວັນ ແລະໄດ້ປິດບັ້ນຝຶກອົບຮົມຄັ້ງນີ້ລົງດ້ວຍຜົນສຳເລັດດ້ວຍດີ ໃນວັນທີ 13/12/2024 ເປັນປະທານກ່າວປິດກອງປະຊຸມໂດຍທ່ານ ສິດທິເດດ ຈັນທະບຸດດີ ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງສາລະວັນ.